วันเสาร์ที่ 25 พฤษภาคม พ.ศ. 2562

ຂໍ້ມູນກ່ຽວກັບພວກເຮົາ

ไม่มีความคิดเห็น :

ຂອບໃຈທຸກທ່ານທີ່ເຂົ້າມາສືກສາ ບິດຄອຍ ນຳທາງເວັບໄຊທ໌ຂອງພວກເຮົາ ເວັບໄຊທ໌ນີ້ແມ່ນສ້າງມາເພື່ອສື່ສານຂໍ້ມູນຂ່າວສານ ກ່ຽວກັບ Blockchain&Cryptocurrency ແລະ ຈຸດກຳເນີດຄວາມເປັນມາຂອງຄຳວ່າ "ຄຮີບໂຕເຄີເຮີຊີ" ຫລື ທີ່ຫລາຍຄົນເຂົ້າໄຈ ແລະ ຄຸ້ນເຄີຍກັນໃນຄຳວ່າ "ບິດຄອຍ" ເວັບໄຊທ໌ພວກເຮົາແມ່ນສ້າງມາເພື່ອນຈຸດປະສົງໃຫ້ຂໍ້ມູນຂ່າວສານ ບໍ່ແມ່ນການ ຊັກຊວນໃຫ້ເຊື່ອ ຫລື ແນະນຳໃຫ້ລົງທືນແຕ່ຢ່າງໃດ ທຸກຢ່າງແມ່ນຂື່ນກັບການຕັດສີນໄຈຂອງທ່ານເອງ ເພາະທາງເວັບໄຊທ໌ຂອງພວກເຮົາບໍ່ມີສ່ວນໄດ້ສ່ວນເສຍ ຫລື ຮູ້ເຫັນກັບການລົງທືນຂອງທ່ານ. ພວກເຮົາມີພຽງຫນ້າທີ່ເປັນກາງໃນການນຳສະເຫນີຂໍ້ມູນຂ່າວສານກ່ຽວກັບ ບອັກເຊນ, ຄຮີບໂຕເຄີເຮັນຊີ ມາເຜີຍແຜ່ໃຫ້ທ່ານຜູ້ສົນໄຈໄດ້ອ່ານໄດ້ສືກສາເທົ່ານັ້ນ.

*ເວັບໃຊ້ນີ້ ຂຽນຂື່ນໃນວັນທີ່ 9/15/2018 ທາງທີມງານພວກເຮົາຈະສືບຕໍ່ໃນການພັດທະນາ ແລະ
ອັບເດດຂໍ້ມູນຂ່າວສານທາງການເງີນອອນໄລ ຫລື ເອີນວ່າ ເງີນດີຈີຕ່ອນ ບິດຄອຍ (bitcoin) ໃຫ້ແກ່ທ່ານຜູ້ສົນໄຈໃນວົງການ ເງີນຄຮີບໂຕເຄີເຮັນຊີ ທີ່ສົນໄຈໄດ້ສືກສາຕໍ່ໄປ.
ເວັບໃຊ້ນີ້ຂຽນຂື່ນໃນວັນທີ່ 9/15/2018 ໂດຍ: "ທ່ານວັນນະລາ ພິລາວົງ" (ຊີອີໂອ).  ຂ້າພະເຈົ້າເປັນຄົນລີເລີມແນວຄິດນີ້ ເພາະຂ້າພະເຈົ້າ ມີຄວາມສົນໄຈໃນການເງີນອອ່ນລາຍ ແລະ ຂ້າພະເຈົ້າເອງເປັນຄົນມັກຄົ້ນຄວ້າສະແຫວງຫາສີ່ງຂອງແປກໃຫມ່ຢູ່ສະເຫມີ ໂດຍສະເພາະແມ່ນເລື່ອງຂອງສະກຸນເງີນອອ່ນໄລ ບິດຄອຍ ບັອກເຊນ ທີ່ຂ້າພະເຈົ້າສົນໄຈຫລາຍທີ່ສຸດ, ຂ້າພະເຈົ້າຈື່ງໄດ້ສ້າງເວັບນີ້ຂື້ນມາເພື່ອນຳສະເຫນີຂໍ້ມູນຂ່າວສານ ສະກຸນເງີນດີຈີຕ່ອນ ໃຫ້ແກ່ທ່ານໄດ້ອ່ານໄດ້ສືກສາໄປນຳກັນ.

ສຳລັບເທັກໂນໂລຍີ Blockchain&Cryptocurrencyນີ້ ຕາມຄວາມຄິດແລະມຸມອງຂອງຂ້ອຍ ມັນຍັງຈະເຕີບໂຕໄປໄດ້ໄກຍີ່ງໃຫຍ່ໄປກວ່ານີ້ ແລະ ເປັນຊ່ອງທາງໃນການໃຊ້ຈ່າຍຢ່າງແພ່ຫລາຍໃນອານາຄົດ ແທນທີ່ໂຕກາງຢ່າງ ທະນາຄານ ແລະ ສະກຸນເງີນໃຊ້ກັນຢູ່ທຸກມື້ນີ້, ເທັກໂນໂລຍີ ບອັກເຊນນີ້ ຫາເກີດຂື່ນມາໄດ້ ສິບປາຍປີ ແຕ່ມີຄົນຮູ້ຈັກ ແລະ ຖືກນຳໄປໃຊ້ຈ່າຍໃນຊີວິດປຳຈຳວັນແລະລົງທືນເກນກຳໄລກັນຢ່າງກ້ວາງຂວາງໃນຕອນນີ້. ມັນຍັງບໍ່ສາຍໄປທີ່ພວກເຮົາຈະມາສືກສາ, ປັບຄວາມເຂົ້າໄຈໄປກັບມັນ, ເພື່ອທີ່ຈະໄດ້ຮູ້ ແລະ ປະຍຸກໃຊ້ມັນເພື່ອສ້າງກຳໄລ ແລະ ໃຊ້ຈ່າຍເຂົ້າໃນຊີວີດປະຈຳວັນທີ່ສະດວກສະບາຍຍີ່ງຂື້ນ.

ແຕ່ກອ່ນມັນເປັນການລົງທືນນ້ອຍໆທີ່ບໍ່ກ້ວາງຂວາງພໍປານໃດ ແຕ່ທຸກມື້ນີ້ມັນໄດ້ເຕີນໂຕກາຍເປັນອຸດສາຫະກຳທຸລະກິດ ຂອງການລົງທືນ ແລະ ໃຊ້ຈ່າຍໃນກິດຈະກຳປະຈຳວັນຕ່າງໆໄປແລ້ວ ອຸສາຫະກຳຄຮີບໂຕ ຫລື ເງີນອອນລາຍນີ້ ສຳລັບຢູ່ປະເທດລາວເຮົາ ຄົນລາວເຮົາທີ່ຍັງບໍ່ຮູ້ແລະເຂົ້າໄຈ ຄິດວ່າເປັນ 95% ຂອງຄົນລາວທັງຫມົດທີ່ຍັງບໍ່ຮູ້ແລະເຂົ້າໄຈ ໃນອຸດສາຫະກຳການເງີນອອນລາຍ ຫລື Blockchain&Cryptocurrency ນີ້ເທື່ອ.

ສະນັ້ນທາງທີມງານພວກເຮົາຈື່ງໄດ້ຂຽນເວັບນີ້ຂື້ນມາ ເພື່ອທີ່ຈະເຜີແຜ່ຂໍ້ມູນຂ່າວສານ ຫລາຍໆຢ່າງທີ່ກ່ຽວຂ້ອງກັບ ອຸດສາຫະກຳຄຮີບໂຕ ຫລື ສະກຸນເງີນອອນລາຍ Blockchain&Cryptocurrency ໃຫ້ທຸກຄົນທີ່ສົນໄຈໄດ້ເຂົ້າມາສືກສາໄປນຳກັນ.

ເພື່ອຄວາມສະດວກສະບາຍ ແລະ ເຂົ້າໄຈງ່າຍ ຕໍ່ຜູ້ອ່ານຂອງພວກເຮົາ ທາງທີມງານພວກເຮົາຈະນຳສະເຫມີ ຂໍ້ມູນຂ່າວສານປະກອບໄປດ້ວຍຫລາຍພາສາ ບໍ່ວ່າຈະເປັນທັງພາສາລາວ, ໄທ, ອັງກິດ ແລະ ອື່ນໆ... ທີ່ກ່ຽວຂ້ອງກັບສະກຸນເງີນຄຮີບໂຕ ມາອັບເດດໃຫ້ຜູ້ສົນໄຈໄດ້ສືກສາໄດ້ອ່ານກັນ.
ເພື່ອຄົນທີ່ຍັງບໍ່ຮູ້ ຫລື ຮູ້ແລ້ວ ແຕ່ຢາກສືກສາເພີ້ມຕື່ມ ໃຫ້ລະອຽດ ກອ່ນການຕັດສີນໄຈລົງທືນໃນ
ວົງການສະກຸນເງີນຄຮີບໂຕນີ້ກໍ່ສາມາດຕິດຕາມພວກເຮົາໄດ້ ພວກເຮົາຈະອັດເດດຂໍ້ມູນຂ່າວສານຢູ່ເປັນປະຈຳ
ສະກຸນເງີນອອນລາຍ ຫລື "ບິດຄອຍ" ນີ້ ນັບມື້ນັບເຕີບໂຕຂື້ນຢ່າງໄວວາ ແລະ ໄດ້ຮັບຄວາມນິຍົມຊົມໃຊ້ຫລາຍຂື່ນທຸກມື້ ໃນທົ່ວທຸກມຸມໂລກນີ້ ການຈັບຈ່າຍໃຊ້ສອຍກັນແບບບໍ່ມີພົມແດນ ມັນສະດວກສະບາຍ ວອ່ງໄວ ແລະ ປະຫຍັດເວລາ ທັງປອດໄພອີກ
ອຸດສາຫະກຳຄຮີບໂຕນັບມື້ມີຄວາມແຂງແກ່ງແລະມີຄົນໃຊ້ຫລາຍຂື້ນ ເປັນທີ່ຕ້ອງການຂອງຄົນຢູ່ໃນໂລກນີ້ຫລາຍ ເພາະ ມັນບໍ່ມີໂຕກາງຄືກັບທະນາຄານ ເຮົາສາມາດທຳທຸລະກຳຂ້າມພົມແດນໄດ້ໂດຍປະຫຍັດເວລາແລະຄ່າທຳນຽມ ຄຽງຄູ່ຄວາມຄວາມທັນສະໄຫມແລະສະດວກສະບາຍໃນການໃຊ້ຈ່າຍ ສະນັ້ນໃນອານາຄົດອັນໃກ້ນີ້ເຮົາຄົງໄດ້ເຫັນການໃຊ້ຈ່າຍໃນຊີວິດໄປຈຳວັນລວມໄປເຖີງການລົງທືນຕ່າງໆໂດຍໃຊ້ຄຮີບໂຕເປັນອັນດັບແລກ
ທາງທີມງານພວກເຮົານອກຈາກຈະນຳສະເຫນີເລີຍເລື່ອງລາວແລະຂ່າວສານຂອງ ສະກຸນເງີນດີຈີຕ້ອນແລ້ວ ພວກເຮົາຍັງໃຫ້ ບໍ່ລິການເປັນທີ່ປືກສາ ແລະ ວີເຄາະລາຄາ, ໃຫ້ທິດທາງໃນການລົງທືນໃນອຸດສາຫະກຳຄຮີບໂຕ, ເມືອທ່ານຕິດຕາມພວກເຮົາຈະຫລອດ ຈະເຮັດໃຫ້ທ່ານຮູ້ຈັງວະ ໃນການເຂົ້າຊື້ ແລະ ເທຂາຍອອກ ເຊີ່ງອາດພາໃຫ້ການລົງທືນຂອງທ່ານ ເປັນໄປໄດ້ດີ ແລະ ລົດຄວາມສ່ຽງລົງ ພ້ອມທັງເຂົ້າໃກ້ ຄວາມສຳເລັດຂື່ນ ຫລາຍຕື່ມ.

ພວກເຮົາໃຫ້ຄວາມຮູ້ທາງດ້ານການແລກປ່ຽນ ຊື້ຂາຍ ໃນຄຮີບໂຕ ເປັນຕົ້ນແມ່ນ ໃຫ້ຄວາມຮູ້ລົງເລິກທາງດ້ານBlockchain&Cryptocurrencies
ນອກຈາກນີ້ແລ້ວ ພວກເຮົາຍັງໃຫ້ບໍ່ລີການແລກປ່ຽນ,ຊື້ຂາຍສະກຸ່ນເງີນຄຮີບໂຕນີ້ອີກ ພວກເຮົາສາມາດແລກປ່ຽນ ເຈ້ຍ=ເງີນດີຈີຕ່ອນ ເງີນດີຈີຕ່ອນ=ເຈ້ຍ ເພື່ອເພີ້ມຄວາມສະດວກສະບາຍໃຫ້ແກ່ ຜູ້ທີ່ ຢາກຊື້ຂາຍ

ທຸກມື້ນີ້ ໃນການຊອກຊື່ສະກຸນເງີນຄຮີບໂຕ ໃນປະເທດເຮົາຍັງບໍ່ກວ້າງຂວາງ ສະນັ້ນມັນຂ້ອງຂ້າງຈະຢາກໃຫ້ການຫາຊື້ຂາຍກັນ ຕໍ່ໄປນີ້ ການຊື້ຂາຍ ສະກຸນເງີນອອນລາຍ ນີ້ມັນຈະບໍ່ແມ່ນເລື່ອງຢາກອີກຕໍ່ໄປ ທີ່ຈະຊື້ສະກຸນເງີນຄຮີບໂຕ ໄວ້ເກັນກຳໄລກັນ.
ພວກເຮົາມີທັງບໍ່ລີການຊື້ຂາຍ, ແລກປ່ຽນເງີນ ແລະ ໃຫ້ຂໍ້ມູນຂ່າວສານ ແບບວ່າ ມາທີ່ດຽວໄດ້ສອງຢ່າງເລີຍ ພວກເຮົາຈະຮັບ ແລກປ່ຽນເງີນດີຈີຕ່ອນ ເປັນກີບ ແລະ ໂດລາ ຕາມອັດຕາແລກປ່ຽນປະຈຳວັນ ອີງຕາມເວັບເທຮດ (ຊື້ຂາຍ) ພວກເຮົາສາມາດຊື້ຂາຍກັນໂດຍ ຄົນຕໍ່ຄົນ ແລະ ໂດຍທາງ ອອນລາຍ ຜ່ານບໍ່ລີການ BCEL One ຂອງທະນາຄານການຄ້າ ລາວ.

ไม่มีความคิดเห็น :

แสดงความคิดเห็น