Featured Posts

วันเสาร์ที่ 25 พฤษภาคม พ.ศ. 2562

ເວັບເທຮດຂອງໄທ ສາມາດແລກບີດໂອນເງີນເຂົ້າທະນາຄານໄດ້ ໃກ້ບ້ານເຮົາສະດວກໃນການໄປກົດເງີນກັບລາວ https://www.bx.in.th

ไม่มีความคิดเห็น :
ເວັບເທຮດຂອງໄທ ສາມາດແລກບີດໂອນເງີນເຂົ້າທະນາຄານໄດ້ ໃກ້ບ້ານເຮົາສະດວກໃນການໄປກົດເງີນກັບລາວ  https://bx.in.th


ສະນັ້ນຈິ່ງເປັນໂອກາດຊ່ອງທາງໃຫມ່ໃນການສຶກສາລົງທຶນສ້າງກຳໄລໄດ້ຢ່າງມະຫາສານດ້ວຍວິທີງ່າຍໆ ຜ່ານລະບົບເວັບໄຊຣ໌ ບໍ່ວ່າຈະເປັນນັກ Trading ,Mining ແລະ ຜູ້ຊື້ຖືຄອງຫຼຽນໄວເທຂາຍເກນກຳໄລໃນຊ່ວງທີ່ມູນຄ່າເພີ່ມຂື້ນ ມູນຄ່າໃນຕະຫລາດໂລກຂອງສກຸນເງິນ Bitcoin ຈະມີການເໜັງຕິງຂື້ນລົງຢູ່ຕະຫລອດ24ຊົ່ວໂມງພຽງແຕ່ຮູ້ຈັ່ງຫວະກໍ່ສາມາດສ້າງກຳໄລໄດ້ຢ່າງໄຮ້ຂີດຈຳກັດເຖິງ100ກ່ວາ%ພຽງໃນຊົ່ວຂ້າມຄືນ (ສົນໃຈຮຽນຮູ້ກ່ຽວກັບ Bitcoin ຕິດຕໍ່ພວກເຮົາມາໄດ້ທີ່ ຂໍ້ມູນຕິດຕໍ່ຢູ່ ຫນ້າເວັບ ຫ້ອງ ​(ຕິດຕໍ່)  ມາໄດ້ຕະຫຼອດ 24h ພ້ອມໃຫ້ຄຳປຶກສາ.. .


ເວັບເທຮດຂອງໄທ

ນອກຈາກທາງເວັບພວກເຮົາຈະໃຫ້ບໍ່ລິການສື່ຂໍ້ມູນຂ່າວສານແລ້ວ ພວກເຮົາຍັງມີ ບໍ່ລີການແລກປ່ຽນແລະຊື້ຂາຍສະກຸນເງີນດີຈີຕ່ອນນຳອີກ
ເຊີ່ງໃນການດຳເດີນການຊື້ຂາຍກັບພວກເຮົາແມ່ນພວກເຮົາຈະຊື້ຂາຍໃນສອງແບບຄື:



1. ການຊື້ຂາຍໂດຍ ການໂອນເງີນຊື້ຂາຍທາງ ບໍ່ລິການ BCEL One ຂອງທະນາຄານກ້າຄ້າລາວ ເປັນກີບ,ບາດແລະໂດລາ.

2. ແມ່ນການຊື້ຂາຍໂດຍຕຮົງຈາກຄູ່ກໍ່ລະນີໃນການຊື້ຂາຍ ເຊີ່ງຜູ້ຊື້ແລະຜູ້ຂາຍຈະຊື້ຂາຍຕົກລົງກັນແບບຕົວຕໍ່ຕົວ ແລະປະຕິບັດຕາມລະບຽບແລະເງື່ອໄຂຂອງສອງຝ່າຍ




ການຊື້ຂາຍໂດຍ ການໂອນເງີນຊື້ຂາຍທາງ ບໍ່ລິການ BCEL One ຂອງທະນາຄານກ້າຄ້າລາວ ເປັນກີບ,ບາດແລະໂດລາ.



ແມ່ນການຊື້ຂາຍໂດຍຕຮົງຈາກຄູ່ກໍ່ລະນີໃນການຊື້ຂາຍ ເຊີ່ງຜູ້ຊື້ແລະຜູ້ຂາຍຈະຊື້ຂາຍຕົກລົງກັນແບບຕົວຕໍ່ຕົວ (ເງີນສົດ) ຫລື ປະຕິບັດຕາມລະບຽບແລະເງື່ອໄຂຂອງສອງຝ່າຍ
 ການຊື້ຂາຍນີ້ທຸກຄົນຈະມີກົດຂອງໃຜມັນ ສຳລັບທ່ານໃດທີ່ມາຊື້ຂາຍກັບທີມງານພວກເຮົາແມ່ນ:

# ທ່ານຕ້ອງສຳລະເງີນກ່ອນທີ່ທີມງານພວກເຮົາຈະໂອນ ບິດຄອຍໃຫ້
ໃນກໍ່ລະນີທີ່ຊື້ຫລາຍ 2 ບິດຂື້ນໄປແມ່ນຕ້ອງໄດ້ລໍ່ຖ້າ 24-48ຊົວໂມງ ພ້ອມທັງມີໂປໂມຊັນແຖມໃຫ້ພິເສດ

# ທາງທີ່ດີໃນການຊື້ຂາຍກັບພວກເຮົາ ຂໍໃຫ້ທ່ານມາຊື້ຂາຍກັນໂດຍຕຮົງ ມອບເງີນ ໃຫ້ພວກເຮົາໂດຍກົງ ເພື່ອງປອ້ງກັນ ການແອບອ້າງຈາກບໍ່ຫວັງດີ ສໍ້ໂກງ ເຊີ່ງກ່ອໃຫ້ເກີດຄວາມເສຍຫາຍໄດ້.

ພິເສດ: ຖ້າທ່ານຊື້ຂາຍກັບພວກເຮົາເປັນປະຈຳພວກເຮົາຈະມີສ່ວນຫລຸດຫລືຶແຖມໃຫ້ໄດ້
ທ່ານໃດ້ ສົນໄຈຊື້ຂາຍກັບພວກເຮົາແມ່ນ ຕິດຕໍ່ຫາພວກເຮົາໄດ້ທີ່ຫນ້າເວັບ ຊ່ອງ: ຕິດຕໍ່

ຫມາຍເຫດ: ການລົງທືນທຸກຢ່າງມັນມີຄວາມສ່ຽງ ໂດຍສະເພາະ ການລົງທືນໃນສະກຸນເງີນຄຮີບໂຕ ຂ້ອນຂ້າງຈະມີຄວາມສ່ຽງສູງ ລາຄາຝັນຝວນໄດ້ງ່າຍ ຂື້ນໄວລົງໄວ ສະນັ້ນ ທ່ານຈົ່ງສືກສາຂໍ້ມູນໃຫ້ລະອຽດກອ່ນຕັດສີນໄຈລົງທືນ ເພາະການລົງທືນຂອງທ່ານແມ່ນຂື່ນກັບທ່ານ ພວກເຮົາບໍ່ຮູ້ເຫັນ ແລະ ບໍ່ມີສ່ວນໄດ້ສ່ວນເສຍກັບການລົງທືນຂອງທ່ານ ຖ້າຫາກເກີດຫຍັງຂື່ນ ນຳໄປສູ່ ການສູນເສຍເງີນ ແມ່ນພວກເຮົາຈະບໍ່ຮັບຜິດຊອບໃດໆຕໍ່ກັບເງີນຂອງທ່ານ. ເວັບໃຊ້ຂອງພວກເຮົາມີພຽງແຕ່ນຳສະເຫນີຂໍ້ມູນຂ່າວສານຂອງຄຮີບໂຕເຄີເຮັນຊີ ໃຫ້ແກ່ທ່ານເທົ່ານັ້ນ.

ເປັນຫຍັງ ບິດຄອຍ ຈື່ງມີຂ່າວດີ ແລະ ບໍ່ດີຢູ່ຕະຫລອດ? ເປັນຫຍັງຍັງມີ ທະນາຄານ ແລະ ຫລາຍໆປະເທດຍັງບໍ່ຍອມຮັບໃນຕົວຂອງ ບິດຄອຍ ໄດ້ເທົ່າທີ່ຄວນ?

ไม่มีความคิดเห็น :
ປັນຫຍັງ ບິດຄອຍ ຈື່ງມີຂ່າວດີ ແລະ ບໍ່ດີຢູ່ຕະຫລອດ?
ທີ່ມັນມີຂ່າວທັງດີແລະບໍ່ດີກໍ່ຢູ່ຕະຫລອດ ກ່ຽວກັບ ບິດຄອຍ ແຕ່ນັກລົງທືນ ເຫັນມັນເປັນເລື່ອງທຳມະດາໄປແລ້ວ ເທົ່າທີ່ເຮົາຮູ້ວ່າ ຖ້າມີສີ່ງທີດີກວ່າເກີດຂື້ນ ອັນເປັນເຫດ ເຮັດໃຫ້ອີກຝ່າຍໃດຫນື່ງດ້ອຍກວ່າແລະເສຍຜົນປະໂຫຍດກວ່າ ມັນຕ້ອງມີການໂຈມຕີກັນເກີດຂື້ນເປັນເລື່ອງທຳມະດາຂອງທຸລະກິດ ສຸດທ້າຍແລ້ວມັນກໍ່ລົງເອີຍກັນໄປໄດ້ດ້ວຍດີ
ເລື່ອງທີ່ມີຂ່າວບໍ່ດີນັ້ນ ກໍ່ມັກຈະເກີດຈາກຜູ້ ທີ່ບໍ່ທັນເຂົ້າໄຈແຈ້ງ ແລະ ຜູ້ທີ່ເສຍຜົນປະໂຫຍດຫລາຍສຸດໃນເລື່ອງນັ້ນ
ວິທີການສະໝັກສະມາຊິກ BX.in.th



ແລ້ວເປັນຫຍັງຍັງມີ ທະນາຄານ ແລະ ຫລາຍໆປະເທດຍັງບໍ່ຍອມຮັບໃນຕົວຂອງ ບິດຄອຍ ໄດ້ເທົ່າທີ່ຄວນ?
ແນ່ນອນວ່າ ບິດຄອຍ ມັນມີທຸກຢ່າງຄົບສຸດຢູ່ໃນຕົວຂອງມັນເອງ ເປັນທັງສະກຸນເງີນ ເປັນທັງການລົງທືນ ແລະ ເປັນທັງການໃຊ້ຈ່າຍ ການໂອນຫາກັນແບບ ຄົນຕໍ່ຄົນໂດຍກົງ ບໍ່ມີໂຕກາງຄືກັບ ທະນາຄານ, ບໍ່ມີກົດຫມາຍປະເທດໃດບັງຄັບ ມັນເປັນເງີນເສລີ ທີ່ທຸກຄົນສາມາດຊື້ຂາຍໃຊ້ຈ່າຍກັນໄດ້ທົ່ວໂລກ
ສະກຸນເງີນ ບິດຄອຍ ນີ້ເຮົາສາມາດໂອນອອກໄປຕ່າງປະເທດທົ່ວໂລກໄດ້ ໂດຍບໍ່ຜ່ານທະນາຄານ, ຫລື ສະຖາບັນການເງີນໃດໆ,
ຖ້າເປັນສະກຸນເງີນອື່ນທົວໄປ ແນ່ນອນກ່ອນທີ່ເຈົ້າຈະໂອນອອກໄປຕ່າງປະເທດໄດ້ ຢ່າງແລກມັນຕ້ອງຜ່ານທະນາຄານສາກ່ອນ ຖ້າຜ່ານທະນາຄານແລ້ວ ແນ່ນອນເຈົ້າຕ້ອງໄດ້ເຮັດຫລາຍຂັ້ນຕອນ ແລະເສຍຄ່າທຳນຽມແພງ ທັງໃຊ້ເວລາດົນ ມັນຈື່ງສຳເລັບ

ແຕ່ ບິດຄອຍ ມັນບໍ່ມີກົດຫມາຍບັງຄັບ ບໍ່ຕົກຢູ່ພາຍໃຕ້ກົດຫມາຍຂອງປະເທດໃດ ມັນເປັນເງີນໂຕກາງຂອງໂລກ ໃນຮູບແບບ ດີຈີຕອລ ເລີຍ, ຄືມັນເປັນສະກຸນເງີນທີ່ຢູ່ໃນຮູບແບບກຽມພ້ອມໃຫ້ທຳທຸລະກຳຢູ່ຕະຫລອດເວລາ, ມັນເປັນເງີນຢູ່ໃນຮູບແບບລະຫັດລັບ, ເປັນເງີນໃນຮູບແບບອອນລາຍ ທາງລະບົບອີນເຕີເນັດ ທີ່ເຊື່ອມຕໍ່ກັບທຸກຄົນໄດ້ທົ່ວທຸກມຸມໂລກ, ພຽງແຕ່ມີສະກຸນເງີນ ບິດຄອຍ ໃນບັນຊີ ທຸກຄົນກໍ່ສາມາດໃຊ້ຈ່າຍມັນໄດ້, ທຸກຄົນສາມາດ ເປັນທະນາຄານຂອງຕົວເອງໄດ້ທັນທີ່ເລີຍ
ທີ່ຍັງເຫັນທະນາຄານຢູ່ຫລາຍໆປະເທດຍັງບໍ່ຍອມຮັບໃນຕົວມັນໄດ້ ກໍ່ເພາະ ບິດຄອຍ ມັນເຮັດໃຫ້ ທະນາຄານ ແລະຄົນຈຳນວນຫນື່ງເສຍຜົນປະໂຫຍດຫລາຍສຸດ.




ເສຍຜົນປະໂຫຍດແນວໃດ?
ເຊັ່ນ: ທະນາຄານເປັນພຽງ ການໃຫ້ບໍລິການເກັບເງີນໄວ້ໃຫ້ເຮົາຊື່ໆ ທຸລະກິດນີ້ ຖ້າມີ ບິດຄອຍ ເຂົ້າມາມັນແຍ້ງທຸລະກິດຂອງທະນາຄານໄປ, ມັນແຍ້ງລູກຄ້າຂອງ ທະນາຄານໄປນັບມື້ຫລາຍຂື້ນອີກດ້ວຍ
ມາເຖີງທຸກມື້ນີ້ ຄົນເຮົາທຸກຄົນ ທີ່ມີສະກຸນເງີນ ບິດຄອຍ ຢູ່ໃນບັນຊີ ກໍ່ເຫມືອກັບ ເປັນທະນາຄານຂອງໂຕເອງ, ຢູ່ໃນຕ່າງປະເທດ ທຸກຄົນຈະເບີ່ງຫາຊ່ອງທາງການສຳລະເງີນທີ່ທັນສະໄຫມທີ່ສຸດ ຢ່າງ ບິດຄອຍ ເປັນອັນດັບຕົ້ນໆເລີຍ ໃນການໂອນຫາກັນ ແລະ ການໃຊ້ຈ່າຍສຳລະສະສາງຕ່າງໆ... ບໍ່ວ່າຈະເປັນຮ້ານຄ້າຫລືການລົງທືນ ແລະ ການຊື້ຂາຍສີນຄ້າທາງອີນເຕີເນັດກໍ່ຕາມ ລ້ວນເຫັນການສຳລະເງີນດ້ວຍ ບິດຄອຍ ຕິດຢູ່
ທຸກມື້ນີ້ບໍ່ວ່າແຕ່ເຄື່ອງຂອງແລະການໃຊ້ຈ່າຍ ທຸກຄົນຈະເບີ່ງຫາເຄື່ອງຂອງ ແລະ ເທັກໂນໂລຍີ ທີທັນສະໄຫມກວ່າເປັນອັນດັບແລກຢູ່ແລ້ວ ເຊີ່ງມັນບໍ່ແປກທີ່ຜູ້ຄົນຈະນຳໃຊ້ລະບົບໃຊ້ຈ່າຍແລະ ສຳລະສະສາງທິ່ທັນສະໄຫມເຊັ່ນ ເງີນ ດີຈີຕອລ ກັນ




ບິດຄອຍ ມັນເປັນສະກຸນເງີນທີ່ທັນສະໄຫມ, ວ່ອງໄວ ແລະ ສະດວກສະບາຍ ໃນການໃຊ້ຈ່າຍ ມັນສາມາດໃຊ້ຈ່າຍໄດ້ດ້ວຍໂຕເອງ ຜ່ານ ໂທລະສັບມື້ຖື ຜ່ານລະບົບອີນເຕີເນັດ ໄດ້ທົ່ວທຸກມຸນໂລກ. ມັນພິເສດທີ່ວ່າມັນເປັນລະບົບ ດິຈີຕອລ ຄືມັນເປັນລະບົບເງີນທີ່ຢູ່ໃນຮູບແບບກຽມພ້ອມໃນການໃຊ້ຈ່າຍແລະໂອນຫາກັນຢູ່ຕະຫລອດ 24ຊົ່ວໂມງ ຢ່າງ BCEL One ຂອງທະນາຄານການຄ້າຂອງປະເທດລາວ ນັ້ນກໍ່ແມ່ນລະບົບເງີນ ດີຈີຕອລ ທີ່ຢູ່ໃນຮູບແບບ ເງີນອອນລາຍເຊັ່ນກັນ, ກໍ່ຄືມັນບໍ່ໄດ້ເປັນເງີນສົດ ມັນເປັນພຽງໂຕເລກທີ່ເຮົາບໍ່ສາມາດຈັບບາຍໄດ້ ແຕ່ເຮົາສາມາດໃຊ້ຈ່າຍແລະໂອນຫາກັນໄດ້ຕະຫລອດເວລາ ບໍ່ວ່າແຕ່ຈະໂອນຢູ່ລາວກັບລາວຫລື ລາວກັບໄທກໍ່ໄດ້ ຖ້າໃຊ້ BCEL Oneຂອງທະນາຄານການຄ້າ ຄືກັນກໍ່ສາມາດໂອນເງີນໃຫ້ກັນໄດ້ ສະດວກສະບາຍຂື້ນ ເຮົາບໍ່ຈຳເປັນຕ້ອງເຂົ້າທະນາຄານຄືແຕ່ກ່ອນແລ້ວ ຂໍແຕ່ໃຫ້ມີເງີນໃນບັນຊີຫລາຍກໍ່ພໍ.




ແຕ່ສະກຸນເງີນ ບິດຄອຍ ມັນພິເສດກວ່ານັ້ນຄື ມັນສາມາດໂອນຫາກັນໄດ້ທົ່ວໂລກ ມັນເປັນທັງກະເປົາເກັບເງີນ ເປັນທັງການໃຊ້ຈ່າຍ ເປັນທັງການລົງທືນກີນກຳໄລ ແລະ ເປັນທັງສື່ກາງຂອງການສຳລະສະສາງຄ່າສີນຄ້າຕ່າງໆ...ໄດ້ຫລາກຫລາຍຊ່ອງທາງ ເຊັ່ນ: ການຊື້ເຄື່ອງຂອງທາງອີນເຕີເນັດ ການສະລະສີນຄ້າໂດຍຕຮົງ ການແລກປ່ຽນເປັນເງີນສົດ ໄດ້ທົ່ວໂລກ ຖືວ່າ ມີສະກຸນເງີນ ບິດຄອຍ ໂຕດຽວກໍ່ພຽງພໍແລ້ວທີ່ຈະໃຊ້ຈ່າຍແລະທ້ອງທ່ຽວໄປທົ່ວໂລກ
ໃນຍຸກປະຈຸບັນ ຄົນທີ່ໃຊ້ສະກຸນເງີນ ບິດຄອຍ ບໍ່ຈຳເປັນຕ້ອງໄປທະນາຄານອີກ ແລະ ບໍ່ຈຳເປັນຕ້ອງເສຍເງີນຄ່າທຳນຽມຕ່າງໆ ໃຫ້ກັບທາງ ທະນາຄານ, ຫລື ທາງກົດຫມາຍບ້ານເມືອງຂອງປະເທດໃດອິກ. ເຮົາທຸກຄົນສາມາດເປັນທະນາຄານຂອງໂຕເອງໄດ້ ສາມາດດຳເນີນງານ, ສາມາກຈັດການກັບເງີນໃນບັນຊີເຮົາໄດ້ຕະຫລອດເວລາ ແລະ ສາມາດນຳເງີນ ບິດຄອຍ ທີ່ເຮົາມີໄປຊື້ຂາຍກີນກຳໄລກັບຄົນອື່ນໄດ້ອິກ ແລະ ຍັງສາມາດນຳໄປສຳລະແທນເງີນສົດໃນຮ້ານຂາຍເຄື່ອງ, ຮ້ານອາຫານ, ສະຖານທີ່ຕ່າງໆ ໃນຕ່າງປະເທດທີ່ມີປ້າຍຮັບສຳລະດ້ວຍສະກຸນເງີນ ບິດຄອຍ ໄດ້ທຸກທີ່



ເຮົາສາມາດໂອນເງີນ ບິດຄອຍ ຫາກັນໄດ້ທົ່ວໂລກ ເປັນຫລາຍໆລ້ານໂດລາ ບາດດຽວກໍ່ໄດ້ ການໂອນຮັບ ບິດຄອຍ ອຸປະກອນມີພຽງ ສັນຍານເນັດ ໂທລະສັບມືຖື ຫລື ໂນດບຸກຕ່າງໆ, ໃນການໂອນ ບິດຄອຍ ໄປທົ່ວໂລກໃຊ້ເວລາ ພຽງ 3ນາທີ ກໍ່ສຳເລັດຜົນ
ການໂອນເງີນ ບິດຄອຍ ແມ່ນບໍ່ຈຳກັດສະຖານທີ່ ຂໍແຕ່ໃຫ້ມີສັນຍານ ກໍ່ທຳການໂອນໄດ້ແລ້ວ ບໍ່ວ່າເຮົາຈະຢູ່ໃສກໍ່ໄດ້, ບໍ່ວ່າຈະຢູ່ ເຮືອນ, ໄຮ່ນາ, ຮົ້ວສວນໄດ້ຫມົດ

ຖ້າເຮົາຢາກຈະໄປທ່ຽວຢູ່ຕ່າງປະເທດ ຫລື ຈະໄປຊື້ເຄື່ອງຂອງໃນປະເທດອື່ນ ທີ່ເຂົາຮັບ ບິດຄອຍ ເຊັ່ນ ປະເທດໄທ ເຮົາມີພຽງໂທລະສັບມືຖື ແລະ ເງີນ ບິດຄອຍ ຢູ່ໃນກະເປົາ ບິດຄອຍ ຂອງເຮົາ ເທົ່ານີ ກໍ່ພຽງພໍແລ້ວ, ຂໍແຕ່ໃຫ້ມີ ບິດຄອຍ ໃນບັນຊີຫລາຍກໍ່ພໍ ຈະຊື້ສຳໃດກໍ່ໄດ້ລ້ຳເຄື່ອງຊື້ໆ
ຢູ່ປະເທດໃດທີ່ມີທະນາຄານ ຫລື ຮ້ານຄ້າຮັບສຳລະດ້ວຍ ບິດຄອຍ ເຮົາກໍ່ສາມາດໃຊ້ສະກຸນເງີນ ບິດຄອຍ ສຳລະໄດ້ເລີຍ  ຫລື ເຮົາຢາກຈະໃຊ້ເງີນສົດຂອງປະເທດນັ້ນໆ ເຮົາກໍ່ສາມາດເຮັດໄດ້ດ້ວຍການໄປແລກກັບທະນາຄານທີ່ຮອງຮັບ ຫລື ໄປກົດເອົາເປັນເງີນສົດຂອງປະເທດນັ້ນຜ່ານຕູ້ ATM ຂອງBitcoin ໄດ້ເລີຍ ປະຈຸບັນມີຕູ້ເອທີເອັມ ບິດຄອຍ ກະຈ່າຍຢູ່ເກືອບ 6,000ຕູ້ ໃນໂລກ ແລະ ຈະເພີ້ມເປັນທະວີຄູນຂື້ນທຸກມື້ຕໍ່ໄປ, ແລະ ຍັງມີບາງປະເທດເຮົາສາມາດນຳ ບິດຄອຍ ໄປກົດເປັນເງີນສົດຈາກຕູ້ກົດເງີນຂອງທະນາຄານໄດ້ເລີຍ ຢ່າງເຊັ່ນ ປະເທດ ສະຫະລັດ ອາເມລີກາ






ນອກນີ້ເຮົາຍັງສາມາດຊື້ຂາຍ ບິດຄອຍ ໃຫ້ກັບຄົນອື່ນໄດ້ທົວໂລກ ຜ່ານທາງເວັບ ເທຮດ ຫລື ເອີ້ນວ່າ ຕະຫລາດຊື້ຂາຍຫັ່ນແລະ, ເຮົາມີ ບິດຄອຍ ເທົ່າໃດກໍ່ສາມາດຂາຍໄດ້ຫມົດ ໃຊ້ເວລາຂາຍບໍ່ເຖີ່ງ1ນາທີ, ແຖມເຮົາຍັງສາມາດຊື້ຂາຍກັນໄດ້ແບບເສລີອີກທາງຫາກ, ຖ້າເປັນ "ຄຳ" ເຮົາໄປປະເທດອື່ນເຮົາຍັງຊອກບ່ອນຂາຍຍາກ ແຕ່ ບິດຄອຍ ບໍ່ໄດ້ຍາກເລີຍ ເຮົາຢູ່ລາວ ກໍ່ສາມາດຊື້ຂາຍກັບທຸກຄົນບົນໂລກນິ້ໄດ້ ໂດຍການໄປສະມັກເວັບແລກປ່ຽນຊື້ຂາຍດ້ວຍໂຕເອງຜ່ານໂທລະສັບຫລືຄອມຕ່າງໆ... ຈາກນັ້ນກໍ່ສາມາດທຳການຊື້ຂາຍມັນໄດ້ເລີຍ ບໍ່ຈຳເປັນໄປຊອກຮ້ານຂາຍ ຫລື ຊອກຄົນຊື້ຄື "ຄຳ" ດອກ, ເພາະໃນເວັບເທຮດມີຄົນເປັນລ້ານໆຄົນ ທຳການຊື້ຂາຍ ບິດຄອຍ ກັນຢູ່ຕະຫລອດ24ຊົ່ວໂມງ.
ເຊີ່ງອານາຄົດ ບິດຄອຍ ອາດມາແທນທີ່ຂອງ ທະນາຄານ, ທອງຄຳ ແລະ ເງີນສົດ, ນັ້ນແລະເປັນໂຕເຮັດໃຫ້ ທະນາຄານ ແລະ ຜູ້ທີ່ເສຍຜົນປະໂຫຍດຕ່າງໆ ບໍ່ມັກ Bitcoin ແລະ ຫາທາງໂຈມຕີມັນໃນທຸກຮູບແບບ, ໃນຕອນແລກກໍ່ໄດ້ຜົນຢູ່ດອກເຮັດໃຫ້ຜູ້ຄົນມີຄວາມຢ້ານ ແຕ່ ມາເຖີ່ງຕອນນີ້ທຸກຄົນບໍ່ຄ່ອຍຈະສົນໄຈໃນເລື່ອງຂ່າວຄາວແບບນີ້ປານໃດ ເພາະທຸກຄົນເຂົ້າໄຈ ແລະ ເຄີຍຊີນກັບຂ່າວລົ້ມໆແລ້ງໆແບບນັ້ນໄປແລ້ວ  ຄວາມຝັນຂອງພວກເຂົາໃນຕອນນີ້ມີຢ່າງດຽວຄື: ຈະເຮັດແນວໃດ ໃຫ້ສາມາດຫາ ບິດຄອຍ ໃຫ້ໄດ້ຫລາຍໆກໍ່ພໍ

ທຸກຢ່າງມັນໄປຕາມຍຸກເຮົາຈະປະຕິເສດມັນມື້ນີ້ພຽງໃດກໍ່ຕາມ ບໍ່ມື້ຫນື່ງກໍ່ມື້ຫນື່ງເຮົາຫາກຈະແລ່ນເຂົ້າຫາມັນເອງຢູ່ດີ, ຢ່າງ ກັບໂຮງຈັກໂຮງງານ ຖ້າເຂົາບໍ່ໃຊ້ເຄື່ອງມືທີ່ທັນສະໄຫມເຂົ້າມາ ປະຕິບັດຫນ້າທີ່ແທນຄົນ, ທຸກມື້ນີ້ເຮົາຄົງບໍ່ໄດ້ເຫັນ ຄົນຫວ່າງວຽກງານກັນ ນັບມື້ນັບຫລາຍຂື່ນແບບນີ້ດອກ
ທີ່ຜ່ານມາມີຫລາຍປະເທດ ຫລາຍທະນາຄານ ໃນໂລກພະຍາຍາມປິດກັ້ນມັນຄືກັນ ແຕ່ມັນກໍ່ບໍ່ສາມາດເຮັດໄດ້, ສຸດທ້າຍກໍ່ຫັນມາຍອມຮັບແລະປັບຕົວໄປກັບມັນສາເອງ
ເຊີ່ງມັນບໍ່ແປກທີ່ ທະນາຄານ ຫລາຍໆປະເທດຈະພະຍາຍາມປິດກັ່ນມັນ ໃນຕອນທີ່ປະຊາຊົນໃນປະເທດຂອງຕົນຍັງບໍ່ຮູ້ຈັກແພ່ຫລາຍ ແລະ ນຳໃຊ້ແພ່ຫລາຍ, ມັນກໍ່ສາມາດຄຸມໄດ້ໃນເບື້ອງຕົ້ນ, ແຕ່ຍີ່ງນັບມື້ຄົນເຮົາມັນຮູ້ສະແຫວງຫາສີ່ງທີ່ດີກວ່າຢູ່ສະເຫມີ ຖ້າຄົນມັນຮູ້ຈັກກັນຫລາຍຂື້ນ ທະນາຄານ ກໍ່ບໍ່ສາມາດ ຄຸມໄດ້, ເຖີ່ງຂັ້ນນັ້ນແລ້ວ ແນ່ນອນ ທະນາຄານ ຕ້ອງໄດ້ຫັນມາຍອມຮັບແລະປັບຕົວໄປກັບມັນຄືເກົ່າ
ບໍ່ພຽງແຕ່ທະນາຄານໃນປະເທດຕ່າງໆ ທີ່ປິດກັ້ນການທຳທຸລະກຳກ່ຽວ ກັບ ບິດຄອຍ ໃນຕອນແລກເຊັ່ນ: ໃນປີ 2015 ທະນາຄານໃນປະເທດໄທ ກໍ່ປິດກັ້ນ ການທຳທຸລະກຳ ກ່ຽວກັບ ບິດຄອຍ ເຊັ່ນກັນ, ແຕ່ມາຮອດທຸກມື້ນີ້ເດ ເຂົາກໍ່ໄດ້ຍອມຮັບກັນໄປເປັນທີ່ຮຽບຮ້ອຍແລ້ວ ຄືເຮົາສາມາດຊື້ຂາຍ ສະກຸນເງີນຄຮິບໂຕ ຜ່ານທະນາຄານ ໂດຍເຮົາສາມາດໂອນເງີນຈາກທະນາຄານເຂົ້າໄປ ຊື້ຂາຍ ບິດຄອຍ ແລະ ສາມາດແລກ ບີດຄອຍ ເປັນເງີນບາດ ໂອນເຂົ້າທະນາຄານໄດ້ເຖີ່ງ 6ທະນາຄານຍັກໃຫຍ່ໃນໄທໄດ້, ບໍ່ພຽງເທົ່ານິ້ ຍັງມີຕູ້ກົດເງີນ ເອທີເອັມ ATM BITCOIN ບິດຄອຍ ໄວ້ຄອຍໃຫ້ບໍ່ລິການ ຊື້ຂາຍແລະກົດເງີນສົດນຳອີກ

ທຸກມື້ນີ້ເຮົາມັກຈະຍີນຂ່າວຕະຫລອດ ວ່າ ທະນາຄານໄທ ຍຸບສາຂາລົງປີລະ 200-300 ສາຂາ ນັບແຕ່ປິ2015 ເປັນຕົ້ນມາ ກໍ່ເພາະຄົນຮູ້ຈັກນຳໃຊ້ສິ່ງທິ່ທັນສະໄຫມຫລາຍຂື່ນ ຄົນເລີມຮຽນຮູ້ທີ່ຈະໃຊ້ຈ່າຍເອງຜ່ານທາງໂທລະສັບມືຖືກັນຫລາຍຂື່ນ ບໍ່ມີຄົນເຂົ້າທະນາຄານເປີດໄວ້ກໍ່ສີ້ນເປືຶ້ອຍງົບ ດັ່ງນັ້ນຈື່ງໄດ້ປິດປີລະຫລາຍໆສາຂາ
ມາເຖີ່ງຕອນນີ້ ປະເທດອື່ນໆ ທີ່ເຂົາຈະເລີນແດ່ເຂົາຈະຍອມຮັບກັນຫລາຍແລ້ວ, ເຂົາຈະມີກະດາດເທຮດ ຫລື ເອີ້ນວ່າ ເວັບຊື້ຂາຍແລກປ່ຽນ ສະກຸນເງີນຄຮິບໂຕ ຫລາຍໆເວັບໄວ້ຄອຍໃຫ້ບໍລິການຊື້ຂາຍ ບິດຄອຍ ແລະ ຄຮີບໂຕອື່ນໆກັນ ມັນຈະຄ້າຍຄືກັບເວັບເທຮດຂອງ ໄທ ທີ່ກຳລັງໄດ້ຮັບຄວາມນິຍົມໃນຕອນນີ້ຢ່າງ
www.bx.in.th
ແຕ່ຢູ່ລາວເຮົາຕອນນີ້ຍັງບໍ່ມີ, ແຕ່ຂ້ອຍເຊື້ອວ່າ ອີກບໍ່ດົນມາແນ່ນອນ ອານາຄົດອັນໃກ້ນີ້ ປະເທດລາວເຮົາ ຄົງມີເວັບເທຮດ ທີ່ສາມາດທຳການຊື້ຂາຍຄຮິບໂຕໄດ້ ແລະ ສາມາດນຳເອົາເງີນກີບຈາກທະນາຄານເຂົ້າໄປຊື້ ບິດຄອຍ ແລະ ສາມາດແລກ ບີດຄອຍ ອອກມາເປັນເງີນກີບໄດ້ ຄືກັບຂອງປະເທດອື່ນໆເຂົາ
ທຸກມື້ນີ້ ສະກຸນເງີນ ດີຈີຕອລ ມີຄົນເກືອບທົ່ວທຸກປະເທດໃນໂລກ ຮູ້ຈັກແລະນຳໃຊ້ມັນຢູ່ ຕ່າງແຕ່ຈະມີຫນ້ອຍຫລືຫລາຍຄົນໃນປະເທດນັ້ນໆເທົ່ນນັ້ນ ທີ່ຈະຮູ້ແລະທຳການຊື້ຂາຍມັນຢູ່
ເຊັນ: ລາວ ເຖີ່ງທະນາຄານຍັງບໍ່ຍອມຮັບມື້ນີ້ ແຕ່ບໍ່ໄດ້ຫມາຍຄວາມວ່າຈະບໍ່ມີປະຊາຊົນຄົນໃດຮູ້, ຍັງມີປະຊາຊົນຜູ້ທີ່ຮູ້ ແລະ ທຳການຊື້ຂາຍກີນກຳໄລກັນຢູ່ ຄິດວ່າບໍ່ຫນ້ອຍກວ່າ5-6ພັນຄົນ ໃນທົວປະເທດທີ່ທຳການຊື້ຂາຍ ແລະ ໃຊ້ຈ່າຍມັນຢູ່

ຕອນນີ້ ເລີມມີທະນາຄານ ແລະ ສະຖາບັນການເງີນຕ່າງໆທົ່ວໂລກ ລວມໄປເຖີ່ງຮ້ານຄ້າ ຮ້ານອາຫານ ຮ້ານບັນເທີ່ງຕ່າງໆ ມີຊ່ອງທາງການສຳລະເງີນດ້ວຍ ບິດຄອຍ ໄວ້ເປັນຕົວເລືອກໃນການສຳລະເງີນຫລາຍຂື້ນ, ຕອນນີ້ມີຫລາຍກວ່າ 185 ປະເທດໃນໂລກ ທີ່ມີຮ້ານຄ້າ ແລະ ສະຖານທີ່ຕ່າງໆມີການເປີດ ຮັບບິດຄອຍ ກັນແລ້ວ, ເຊັນ ຮັດເຊຍ, ສະຫະລັດ, ຍີ່ປຸ່ນ, ໄທ, ເຊີວິດເຊີແລນ, ຄານາດາ, ສະວີເດັນ, ສີ່ງກາໂປ, ຫ້ອງກົງ ໄຕ້ຫວັນ, ພີລີບປີນ,ເກົ້າຫລີໄຕ້….ແລະປະເທດອື່ນໆອີກນັບບໍ່ຖ້ວຍ
ເຊີ່ງໃນປະເທດເຫລົານີ້ສາມາດເທຮດແລະທຳການຊື່ຂາຍ ບິດຄອຍ ໄດ້ແລ້ວ ເຮົາສາມາດໂອນເງີນຈາກທະນາຄານເຂົ້າມາເວັບແລກປ່ຽນ ມາຊື້ຂາຍ ບິດຄອຍ ແລະ ສາມາດແລກ ບີດຄອຍເປັນສະກຸນເງີນຂອງປະເທດນັ້ນເຂົ້າທະນາຄານໄດ້ ແລະ ສາມາດສຳລະຫລືໂອນທາງອື່ນໆໄດ້ອີກຫລາຍໆຊ່ອງທາງ ເຊັ່ນ: ເນັດຕ່າງໆ ບໍ່ວ່າຈະເປັນ Paypal, payza, payeer, visa, mastercard…
ຍັງມີປະເທດອື່ນໆໃນໂລກນີ້ອິກຫລາຍ ທີ່ຍັງສືກສາມັນຢູ່ ແລະ ເລີມຍອມຮັບມັນໄປຕາມໆກັນ……….
ເຖີ່ງວ່າເຮົາຈະປິດກັ່ນມັນສຳໃດໃນມື້ນີ້ກໍ່ຕາມ ສຸດທ້າຍກໍ່ຫນີບໍ່ພົ້ນຍຸກຂອງ ບິດຄອຍ ຢູ່ດີເພາະເຫັນທີ່ຜ່ານມາແລ້ວ ປະເທດຕ່າງໆ ທະນາຄານຕ່າງໆ ຂອງປະເທດເຫລົນນັ້ນແມ່ນລ້ວນແຕ່ ບໍ່ຍອມຮັບໃນຕົວຂອງ ບິດຄອຍ ມາແລ້ວ ພວກເຂົາມັນຈະເຮັດຂ່າວບໍ່ດີໂຈມຕີ ບິດຄອຍ ໃນທຸກໆມື້ ເຮັດທຸກຢ່າງຢາກໃຫ້ມັນສະລາຍໄປ ແຕ່ ມັນກໍ່ບໍ່ສາມາດເຮັດໃຫ້ມັນລົ້ມໄດ້, ບໍ່ສາມາດຍຸດຢັ້ງມັນໄດ້ ເພາະຄົນທັງໂລກເຂົານິຍົມໃຊ້ກັນ ບໍ່ແມ່ນສະເພາະຄົນຫນື່ງຄົນດຽວຫລືບໍ່ລິສັດຫນື່ງບໍ່ລິສັດດຽວເທົ່ານັ້ນ
ສຸດທ້າຍແລ້ວທະນາຄານແລະພວກທີ່ເສຍຜົນປະໂຫຍດຕ່າງໆທີ່ຕໍ່ຕ້ານ ບິດຄອຍ ກໍ່ເລີມປັນຕົວມາຮ່ວມກັບມັນສາເອງ
ຢາກຮູ້ວ່າໃຫ້ອານາຄົດຖ້າປະເທດອື່ນຖ້າເຂົາໃຊ້ ບິດຄອຍ ກັນຫມົດແລ້ວ ປະເທດເຮົາບໍ່ໃຊ້ ການທຳທຸລະກິດແລະຊື້ຂາຍຕ່າງໆມັນຈະເກີດຫຍັງຂື້ນກໍ່ຄົງຮູ້ກັນດີ
ຍັງມີຫລາຍທ່ານເວົ້າວ່າ ສະກຸນເງີນ ບິດຄອຍ ແມ່ນເງີນຂອງປະເທດໃດ ແມ່ນໃຜເປັນຄົນສ້າງ?
ໃຫ້ເຈົ້າຍ່າງໄປຮ້ານຂາຍຄຳແລ້ວ ໄປຖາມຊື້ຄຳ ນຳພະນັກງານຂາຍວ່າ ຄຳເສັ້ນນີ້ແມ່ນໃຜເປັນຄົນຜະລິດ ເອົາມາແຕ່ໃສ ມາແຕ່ເຫມືອງຂຸດຄົ້ນໂຕໃດ ມັນຕ້ອງຜ່ານຮ້ອນຜ່ານຫນາວມາສຳໃດ ແລະ ຜ່ານຈັກຂັ້ນຕອນ, ຜ່ານຈັກຄົນກ່ອນມັນຈະມາເປັນຄຳເສັ້ນນີ້ໄດ້
ແນ່ນອນບໍ່ມີໃຜຕອບເຈົ້າໄດ້ດອກ ເພາະໃນໂລກນີ້ໂຮງງານຂຸດຄຳມີຫລາຍ ແລະ ມີຫລາຍຄົນຕີ ຫລາຍຄົນເຮັດມືຕໍ່ມືມາຈື່ງເປັນຮູບເປັນຮ່າງເປັນເສັ້ນມາແບບນີ້ ແລ້ວມັນສຳຄັນປານໃດທີ່ເຈົ້າຈະໄປຖາມກົກປາຍສາເຫດ ແລະ ທີ່ໄປທີ່ມາຂອງມັນໃຫ້ລະອຽດປານນັ້ນກ່ອນທີ່ເຈົ້າ ຊີຕັດສີນໄຈຊື້ມັນ ຂ້ອຍເຊື້ອວ່າບໍ່ມີໃຜຖາມແບບນັ້ນແນ່ນອນ
ແລ້ວຖາມວ່າ ຄຳເສັ້ນນັ້ນມັນບໍ່ມີທີ່ໄປທີ່ມາ ບໍ່ມີຄົນສາມາດຕອບໄດ້ ສະແດງວ່າມັນເປັນຄຳທີ່ໄຮ້ຕົວຕົນແມ່ນບໍ່ ແລ້ວຖາມແມ້ໃຜແດ່ທີ່ບໍ່ຕ້ອງການມັນ ໃຜແດ່ທີ່ບໍ່ຢາກໄດ້ມັນ ທຸກສີ່ງທີ່ມີຄ່າ ເຂົາຈະບໍ່ສົນໄຈເລື່ອງໄລ້ສາລະແບບນັ້ນ ຂໍພຽງສີ່ງນັ້ນມີຄົນຕ້ອງການມັນ, ມັນສາມາດຂາຍໄດ້ ແລະ ມັນມີລາຄາກໍພໍແລ້ວ
ບິດຄອຍ ກໍເຊັ່ນກັນ ມັນບໍ່ສຳຄັນດອກທີ່ເຮົາຈະໄປຖາມ ທີ່ໄປທີ່ມາຂອງມັນກ່ອນຕັດສີນໄຈຊື້ ຖ້າເປັນຄົນຢູ່ໃນວົງການນີ້ມາດົນຈະເຂົ້າໄຈດີ ເຂົາຈະບໍ່ຈຳເປັນຮູ້ດອກຜູ້ສ້າງຫລືຜູ້ຜະລິດ ບໍ່ມີໃຜຖາມແລະກໍບໍ່ມີໃຜສົນໄຈໃນເລື່ອງນັ້ນຢູ່ແລ້ວ ເຂົາຈະສົນໄຈທີ່ວ່າ ເຮັດແລ້ວໄດ້, ມີແລ້ວຂາຍມັນມື້ໃດກໍ່ໄດ້ ມັນມີລາຍຄາແພງ, ມັນມີລາຄາ ແລະ ມູນຄ່າອັນມະຫາສານ ທຸກຄົນຕ້ອງການມັນ ຍີງດົນຍີງມີຄົນຮູ້ຈັກຫລາຍ ນຳໃຊ້ຫລາຍ ແລະ ມີລາຄາແພງຂື້ນ ແຂ້ນີ້ກໍພຽງພໍແລ້ວສຳລັບເຫດຜົນ ທີ່ຈະຕ້ອງໄດ້ຫາມັນມາຄອບຄອງມັນໄວ້

ບິດຄອຍ ມັນຜະລິດບໍ່ເພີ້ ຄືກັບສະກຸນເງີນທົວໄປ ບິດຄອຍ ທັງຫມົດທີ່ສ້າງຂື້ນມາ ມີພຽງ21,000,000ລ້ານຫລຽນ ແລະ ທຸກຄົນທົວໂລກສາມາດ ຂຸດມັນໄດ້ ເຊີ່ງມັນບໍ່ໄດ້ຫມາຍຄວາມວ່າ ແມ່ນຜູ້ຫນື່ງຜູ້ດຽວເຮັດແລະຜູ້ຫນື່ງຜູ້ດຽວຂຸດ, ການຂຸດ ບີິດຄອຍ ຄົນທັງໂລກເຂົາທຳກັນ
ການຂຸດກໍ່ບໍ່ໄດ້ຫມາຍຄວາມວ່າຈະ ຂຸດກັນໄດ້ງ່າຍໆ ຖ້າຂຸດໄດ້ງ່າຍໆ ຄົງຂຸດອອກມາໄດ້ທັງຫມົດແຕ່ດົນແລ້ວ ພຽງ 21,000,000ລ້ານຫລຽນເອງ, ແຕ່ມັນຂຸດຍາກຈື່ງບໍ່ສາມາດຂຸດອອກມາໄດ້ທັງຫມົດ ຖ້າຂຸດອອກມາໄດ້ທັງຫມົດແລ້ວ ມັນຍີ່ງຈະມີລາຄາ ເພາະຕອນນີ້ມີບໍ່ຮອດ 10% ຂອງຄົນທັງໂລກທີ່ຮູ້ຈັກມັນ ຖ້າມີຄົນທັງໂລກຮູ້ຈັກມັນ ແລະ ນຳໃຊ້ກັນຫລາຍຂື້ນແນ່ນອນລາຄາຕ້ອງເພີ້ມຂື່ນຢ່າງມະຫາສານແນ່ນອນ
ການຂຸດບໍ່ໄດ້ຫມາຍຄວາມວ່າຕ້ອງເອົາສຽມ ເອົາລົດຂຸດ, ການຂຸດ ບີດຄອຍ ແມ່ນການໃຊ້ຄອມພີວເຕີ້ມາຂຸດ, ໃຊ້ຄອມພີວເຕີ້ທີ່ມີກາດຈໍ່ແຮງໆ ມາທຳການປະມວນຜົນ ເພາະ ບິດຄອຍ ມັນຈະຢູ່ໃນຮູບແບບ ລະຫັດລັບ ຖ້າເຈົ້າໃຊ້ຄອມພີວເຕີ້ແກ້ລະຫັດລັບນັ້ນຖືກຕ້ອງ ກໍ່ສະແດງວ່າເຈົ້າຈະໄດ້ຮັບຄ່າຕອບແທນເປັນ ບິດຄອຍ ມາໃນອັດຕາສ່ວນຫນ້ອຍຫລາຍຂື່ນກັບແຮງຂຸດຂອງເຈົ້າ ຈະບໍ່ໄດ້ຫລາຍເປັນ ບິດຄອຍ ສອງ ບິດມາ ມັນຈະໄດ້ເປັນຊາໂຕຊິມາ ເວົ້າງ່າຍໆກໍ່ເລກເສດຂອງບິດຄອຍເຊັ່ນວ່າໄດ້ມາເທື່ອລະ 0.00000001,  0.00000002 ບິດຄອຍ ກໍ່ວ່າກັນໄປ
ການຂຸດບິດຄອຍເຈົ້າຈະຂຸດຢູ່ໃສກໍໄດ້ ຂຸດຢູ່ປະເທດໃດກໍ່ຂຸດໄດ້  ພຽງແຕ່ໃຊ້ຄອມພິວເຕີ້ ມາຂຸດ, ຖ້າເປັນຄອມກາດຈໍ ທຳມະດາຄືເຮົາໃຊ້ທຸກມື້ນີ້ມາຂຸດມັນຄົງບໍ່ກຸ້ມຄ່າດອກ ມັນກໍ່ໄດ້ຄືກັນແຕ່ໄດ້ຫນ້ອຍມັນຊີເປ່ຄອມເຮົາກ່ອນຫັ່ນຕີ, ການຂຸດ ບີດຄອຍ ເຮົາພຽງແຂ້ໃຊ້ຄອມທຳມະດາຫນ່ວຍດຽວ ທີ່ເຮົາໃຊ້ກັນທຸກມື້ນີ້ມາຂຸດ ໃຊ້ເວລາຂຸດເປັນ 2-3ປິ ກໍ່ບໍ່ສາມາດຂຸດໄດ້ຮອດ 1ບິດຄອຍ
ຄົນທີ່ເຂົາຂຸດ ບິດຄອຍ ແທ້ເຂົາຈະໃຊ້ເຄື່ອງຄອມພີວເຕີ້ທີ່ມີກາດຈໍແຮງຢ່າງ ເອສິກ ເຄື່ອງຂຸດຂອງມັນໂດຍສະເພາະທີ່ມີກາດຈໍແຮງສູງສຸດມາຂຸດ ແລະ ບໍ່ແມ່ນເຂົາຈະໃຊ້ແຕ່ເຄື່ອງຫນື່ງເຄື່ອງດຽວມາຂຸດເທົ່ານັ້ນ ແຕ່ເຂົາຈະໃຊ້ເປັນ ຮ້ອຍເປັນພັນເຄື່ອງມາຂຸດ ແລ້ວຄິດວ່າເຄື່ອງຂຸດ ບິດຄອຍ ອັນຫນື່ງ ລາຄາມັນແພງສຳໃດ, ເຄື່ອງຂຸດດີໆ ລຸ້ນ ເອສິກ, ບິດແມນ ລາຄາເປັນ $2000-$3000 ພັນຫລຽນພຸ້ນໃດບໍ່ແມ່ນຖືກໆ

ສະນັ້ນເຮົາບໍ່ມີບັນຍາທີ່ຈະໄປລົງທືນຂຸດໃຫ້ໄດ້ ບີດຄອຍ ຫລາຍໆຈົນພໍທີ່ຈະມາຂາຍໄດ້ດອກ ຈະມີແຕ່ພວກກະເປົາຫນັກເທົ່ານັ້ນທີ່ລົງທືນ ຫລາຍໆລ້ານຫລຽນເພື່ອຊື້ເຄື່ອງຂຸດເຫລົ່ນນັ້ນມາຂຸດກັນ, ການຂຸດຍັງຕ້ອງໄດ້ຈ່າຍຄ່າໄຟຟ້າແພງອີກ ຄ່າໄຟຟ້າທີ່ນຳມາໃຊ້ເຄື່ງຂຸດທີ່ມີກຳລັງແຮງຂຸດແບບນີ້ ເດືອນຫນື່ງບໍ່ແມ່ນຈ່າຍຖືກໆອີກ ຂະຫນາດເຮົາໃຊ້ໄຟໄຕ້ຢູ່ຄົວກີຕາມເຮືອນເຮົາ ແບບນີ້ຍັງໄດ້ຈ່າຍແພງແລ້ວ ແລ້ວຈະໄປທຽບກັບການສ້າງໂຮງງານມາຂຸດ ບິດຄອຍ ນິ້ນະ ຄິດວ່າຈະເສຍມື້ລະເທົ່າໃດ ຮູ້ແຕ່ວ່າຫລາຍຢ່າງດຽວກໍ່ພໍ, ເພາະການຂຸດຕ້ອງໄດ້ເປີດເຄື່ອງຂຸດໄວ້ຕະຫລອດເວລາອີກ ມັນຈື່ງຈະຂຸດໄດ້ ຖ້າບໍ່ນັ້ນກໍ່ບໍ່ສາມາດຂຸດໄດ້ອີກ
ສະນັ້ນບໍ່ຂໍແນະນຳການຂຸດ ແຕ່ເຮົາສາມາດໄປຊື້ ບິດຄອຍ ມາເກັບໄວ້ຕອນລາຄາລົງ ຂາຍຕອນລາຄາຂື້ນ ຫລື ຈະໄປເທຮດເອງ ຫລື ຈະໄປຫາເວັບດີໆ ມາລົງທືນເອົາ ບິດຄອຍ ຈະດິກວ່າ
ແລ້ວມີຄົນເວົ້າວ່າ ແລ້ວເຮົາຈະຊື້ ບິດຄອຍ ມາເກັບໄວ້ຕ້ອງມີເງີນ ຮອດ $3000-$4000ພັນຫລຽນພຸ້ນຫວາ ຈື່ງຊື້ໄດ້, ມັນບໍ່ໄດ້ກ່ຽວກັນເດີ ເຮົາຈະຊື້ເທົ່າໃດກໍ່ໄດ້ ຕາມຈຳນວນເງີນເຮົາມີ ການຊື້ຂາຍແມ່ນຈະຊື້ຂາຍກັນເປັນ ຊາໂຕຊິກ ຄຳວ່າ "ຊາໂຕຊິກ" ກໍ່ຄື ເລກເສດ ທີ່ຄົນເຮົາເອີ້ນກັນ ມັນຈະມີ 100ລ້ານ ຊາໂຕຊີ ມັນຈື່ງຮອດ 1 ບິດຄອຍ ຕົວຢ່າງເຊັ່ນ: 1 ນີ້ແມ່ນຈຳນວນເຕັມ ແຕ່ກ່ອນມັນຈະຮອດ 1 ມັນຈະມີແຕ່  0.00000001ຊາໂຕຊິ 0.00000002 ຊາໂຕຊິ 0.00001ຊາໂຕຊິ0.0001ຊາໂຕຊິ 0.1ຊາໂຕຊິ ຂື່ນໄປເລື່ອຍໆ ຈົນຮອດ 0.9999999999ຊາໂຕຊິ ຫລັງຈາກນັ້ນ ຈື່ງແມ່ນ 1ບິດຄອຍ ຈຳນວນເຕັມ.
ການຊື້ຂາຍ ຖ້າເຮົາມີເງີນ 1ລ້ານກີບ ເຮົາກາມາບວກລົບຄູນຫານເບີ່ງວ່າເງີນ ຫນື່ງລ້ານກີບຂອງເຮົາ ຖືກເທົ່າໃດ ໂລດາ ແລະ ໄດ້ເທົ່າໃດ ຊາໂຕຊິ ຂອງ ບິດຄອຍ ຕອນນີ້ລາຄາ ບິດ 1bitcoin = $3600
ສົມມຸດເຮົາມີ $1000 ເອົາມາຫານ ລາຄາບິດຄອຍ $3600 ສະແດງວ່າ ເຮົາຊື້ $1000 ໄດ້ 0.27777778ຊາໂຕຊິ ບິດຄອຍ ບໍ່ໄດ້ຮອດ 1ບິດຄອຍ ເຕັມໃດ

ເອົ້າເປັນວ່າ ເຮົາຈະບໍ່ເວົ້າຫລາຍແລ້ວ ວ່າ ບິດຄອຍ ແມ່ນຫຍັງ ເພາະທີ່ຜ່ານມາຂ້າພະເຈົ້າໄດ້ເວົ້າທຸກຢ່າງອະທິບາຍທຸກຢ່າງແລ້ວ ໃຫ້ທຸກທ່ານໄປອ່ານຄືນ ແລະ ໄປຄົ້ນຫາຄວາມຮູ້ ບິດຄອຍ ຈາກYoutube ແລະ ເນັດຕ່າງໆ ເພື່ອປັບຄວາມເຂົ້າໄຈກັບມັນແຕ່ມື້ນີ້  ມັນຍັງບໍ່ສາຍທີ່ເຮົາຈະມາຮຽນຮູ້ ແລະມາເລີມຮຽນຮູ້ການສ້າງກຳໄລ, ສ້າງເມັດເງີນຈາກມັນໄປຕໍ່ໄດ້ອີກ
ຕອນນີ້ເຮົາຈະມາເວົ້າການຫາ ບິດຄອຍ ກັນວ່າເຮັດແນວໃດຊີໄດ້ ບິດຄອຍ ມາ, ເຮັດແນວໃດຊີໄດ້ ບີດຄອຍ ຫລາຍ, ລົງທືນຢູ່ໃສ, ເທຮດ ຫລື ຊື້ຂາຍ ແນວໃດໃຫ້ໄດ້ກຳໄລຈາກມັນດີກວ່າ 
ເວັບລົງທືນຫາບິດຄອຍ ທີ່ດີທີ່ສຸດຕອນນີ້

ຂໍ້ມູນກ່ຽວກັບພວກເຮົາ

ไม่มีความคิดเห็น :

ຂອບໃຈທຸກທ່ານທີ່ເຂົ້າມາສືກສາ ບິດຄອຍ ນຳທາງເວັບໄຊທ໌ຂອງພວກເຮົາ ເວັບໄຊທ໌ນີ້ແມ່ນສ້າງມາເພື່ອສື່ສານຂໍ້ມູນຂ່າວສານ ກ່ຽວກັບ Blockchain&Cryptocurrency ແລະ ຈຸດກຳເນີດຄວາມເປັນມາຂອງຄຳວ່າ "ຄຮີບໂຕເຄີເຮີຊີ" ຫລື ທີ່ຫລາຍຄົນເຂົ້າໄຈ ແລະ ຄຸ້ນເຄີຍກັນໃນຄຳວ່າ "ບິດຄອຍ" ເວັບໄຊທ໌ພວກເຮົາແມ່ນສ້າງມາເພື່ອນຈຸດປະສົງໃຫ້ຂໍ້ມູນຂ່າວສານ ບໍ່ແມ່ນການ ຊັກຊວນໃຫ້ເຊື່ອ ຫລື ແນະນຳໃຫ້ລົງທືນແຕ່ຢ່າງໃດ ທຸກຢ່າງແມ່ນຂື່ນກັບການຕັດສີນໄຈຂອງທ່ານເອງ ເພາະທາງເວັບໄຊທ໌ຂອງພວກເຮົາບໍ່ມີສ່ວນໄດ້ສ່ວນເສຍ ຫລື ຮູ້ເຫັນກັບການລົງທືນຂອງທ່ານ. ພວກເຮົາມີພຽງຫນ້າທີ່ເປັນກາງໃນການນຳສະເຫນີຂໍ້ມູນຂ່າວສານກ່ຽວກັບ ບອັກເຊນ, ຄຮີບໂຕເຄີເຮັນຊີ ມາເຜີຍແຜ່ໃຫ້ທ່ານຜູ້ສົນໄຈໄດ້ອ່ານໄດ້ສືກສາເທົ່ານັ້ນ.

*ເວັບໃຊ້ນີ້ ຂຽນຂື່ນໃນວັນທີ່ 9/15/2018 ທາງທີມງານພວກເຮົາຈະສືບຕໍ່ໃນການພັດທະນາ ແລະ
ອັບເດດຂໍ້ມູນຂ່າວສານທາງການເງີນອອນໄລ ຫລື ເອີນວ່າ ເງີນດີຈີຕ່ອນ ບິດຄອຍ (bitcoin) ໃຫ້ແກ່ທ່ານຜູ້ສົນໄຈໃນວົງການ ເງີນຄຮີບໂຕເຄີເຮັນຊີ ທີ່ສົນໄຈໄດ້ສືກສາຕໍ່ໄປ.
ເວັບໃຊ້ນີ້ຂຽນຂື່ນໃນວັນທີ່ 9/15/2018 ໂດຍ: "ທ່ານວັນນະລາ ພິລາວົງ" (ຊີອີໂອ).  ຂ້າພະເຈົ້າເປັນຄົນລີເລີມແນວຄິດນີ້ ເພາະຂ້າພະເຈົ້າ ມີຄວາມສົນໄຈໃນການເງີນອອ່ນລາຍ ແລະ ຂ້າພະເຈົ້າເອງເປັນຄົນມັກຄົ້ນຄວ້າສະແຫວງຫາສີ່ງຂອງແປກໃຫມ່ຢູ່ສະເຫມີ ໂດຍສະເພາະແມ່ນເລື່ອງຂອງສະກຸນເງີນອອ່ນໄລ ບິດຄອຍ ບັອກເຊນ ທີ່ຂ້າພະເຈົ້າສົນໄຈຫລາຍທີ່ສຸດ, ຂ້າພະເຈົ້າຈື່ງໄດ້ສ້າງເວັບນີ້ຂື້ນມາເພື່ອນຳສະເຫນີຂໍ້ມູນຂ່າວສານ ສະກຸນເງີນດີຈີຕ່ອນ ໃຫ້ແກ່ທ່ານໄດ້ອ່ານໄດ້ສືກສາໄປນຳກັນ.

ສຳລັບເທັກໂນໂລຍີ Blockchain&Cryptocurrencyນີ້ ຕາມຄວາມຄິດແລະມຸມອງຂອງຂ້ອຍ ມັນຍັງຈະເຕີບໂຕໄປໄດ້ໄກຍີ່ງໃຫຍ່ໄປກວ່ານີ້ ແລະ ເປັນຊ່ອງທາງໃນການໃຊ້ຈ່າຍຢ່າງແພ່ຫລາຍໃນອານາຄົດ ແທນທີ່ໂຕກາງຢ່າງ ທະນາຄານ ແລະ ສະກຸນເງີນໃຊ້ກັນຢູ່ທຸກມື້ນີ້, ເທັກໂນໂລຍີ ບອັກເຊນນີ້ ຫາເກີດຂື່ນມາໄດ້ ສິບປາຍປີ ແຕ່ມີຄົນຮູ້ຈັກ ແລະ ຖືກນຳໄປໃຊ້ຈ່າຍໃນຊີວິດປຳຈຳວັນແລະລົງທືນເກນກຳໄລກັນຢ່າງກ້ວາງຂວາງໃນຕອນນີ້. ມັນຍັງບໍ່ສາຍໄປທີ່ພວກເຮົາຈະມາສືກສາ, ປັບຄວາມເຂົ້າໄຈໄປກັບມັນ, ເພື່ອທີ່ຈະໄດ້ຮູ້ ແລະ ປະຍຸກໃຊ້ມັນເພື່ອສ້າງກຳໄລ ແລະ ໃຊ້ຈ່າຍເຂົ້າໃນຊີວີດປະຈຳວັນທີ່ສະດວກສະບາຍຍີ່ງຂື້ນ.

ແຕ່ກອ່ນມັນເປັນການລົງທືນນ້ອຍໆທີ່ບໍ່ກ້ວາງຂວາງພໍປານໃດ ແຕ່ທຸກມື້ນີ້ມັນໄດ້ເຕີນໂຕກາຍເປັນອຸດສາຫະກຳທຸລະກິດ ຂອງການລົງທືນ ແລະ ໃຊ້ຈ່າຍໃນກິດຈະກຳປະຈຳວັນຕ່າງໆໄປແລ້ວ ອຸສາຫະກຳຄຮີບໂຕ ຫລື ເງີນອອນລາຍນີ້ ສຳລັບຢູ່ປະເທດລາວເຮົາ ຄົນລາວເຮົາທີ່ຍັງບໍ່ຮູ້ແລະເຂົ້າໄຈ ຄິດວ່າເປັນ 95% ຂອງຄົນລາວທັງຫມົດທີ່ຍັງບໍ່ຮູ້ແລະເຂົ້າໄຈ ໃນອຸດສາຫະກຳການເງີນອອນລາຍ ຫລື Blockchain&Cryptocurrency ນີ້ເທື່ອ.

ສະນັ້ນທາງທີມງານພວກເຮົາຈື່ງໄດ້ຂຽນເວັບນີ້ຂື້ນມາ ເພື່ອທີ່ຈະເຜີແຜ່ຂໍ້ມູນຂ່າວສານ ຫລາຍໆຢ່າງທີ່ກ່ຽວຂ້ອງກັບ ອຸດສາຫະກຳຄຮີບໂຕ ຫລື ສະກຸນເງີນອອນລາຍ Blockchain&Cryptocurrency ໃຫ້ທຸກຄົນທີ່ສົນໄຈໄດ້ເຂົ້າມາສືກສາໄປນຳກັນ.

ເພື່ອຄວາມສະດວກສະບາຍ ແລະ ເຂົ້າໄຈງ່າຍ ຕໍ່ຜູ້ອ່ານຂອງພວກເຮົາ ທາງທີມງານພວກເຮົາຈະນຳສະເຫມີ ຂໍ້ມູນຂ່າວສານປະກອບໄປດ້ວຍຫລາຍພາສາ ບໍ່ວ່າຈະເປັນທັງພາສາລາວ, ໄທ, ອັງກິດ ແລະ ອື່ນໆ... ທີ່ກ່ຽວຂ້ອງກັບສະກຸນເງີນຄຮີບໂຕ ມາອັບເດດໃຫ້ຜູ້ສົນໄຈໄດ້ສືກສາໄດ້ອ່ານກັນ.
ເພື່ອຄົນທີ່ຍັງບໍ່ຮູ້ ຫລື ຮູ້ແລ້ວ ແຕ່ຢາກສືກສາເພີ້ມຕື່ມ ໃຫ້ລະອຽດ ກອ່ນການຕັດສີນໄຈລົງທືນໃນ
ວົງການສະກຸນເງີນຄຮີບໂຕນີ້ກໍ່ສາມາດຕິດຕາມພວກເຮົາໄດ້ ພວກເຮົາຈະອັດເດດຂໍ້ມູນຂ່າວສານຢູ່ເປັນປະຈຳ
ສະກຸນເງີນອອນລາຍ ຫລື "ບິດຄອຍ" ນີ້ ນັບມື້ນັບເຕີບໂຕຂື້ນຢ່າງໄວວາ ແລະ ໄດ້ຮັບຄວາມນິຍົມຊົມໃຊ້ຫລາຍຂື່ນທຸກມື້ ໃນທົ່ວທຸກມຸມໂລກນີ້ ການຈັບຈ່າຍໃຊ້ສອຍກັນແບບບໍ່ມີພົມແດນ ມັນສະດວກສະບາຍ ວອ່ງໄວ ແລະ ປະຫຍັດເວລາ ທັງປອດໄພອີກ
ອຸດສາຫະກຳຄຮີບໂຕນັບມື້ມີຄວາມແຂງແກ່ງແລະມີຄົນໃຊ້ຫລາຍຂື້ນ ເປັນທີ່ຕ້ອງການຂອງຄົນຢູ່ໃນໂລກນີ້ຫລາຍ ເພາະ ມັນບໍ່ມີໂຕກາງຄືກັບທະນາຄານ ເຮົາສາມາດທຳທຸລະກຳຂ້າມພົມແດນໄດ້ໂດຍປະຫຍັດເວລາແລະຄ່າທຳນຽມ ຄຽງຄູ່ຄວາມຄວາມທັນສະໄຫມແລະສະດວກສະບາຍໃນການໃຊ້ຈ່າຍ ສະນັ້ນໃນອານາຄົດອັນໃກ້ນີ້ເຮົາຄົງໄດ້ເຫັນການໃຊ້ຈ່າຍໃນຊີວິດໄປຈຳວັນລວມໄປເຖີງການລົງທືນຕ່າງໆໂດຍໃຊ້ຄຮີບໂຕເປັນອັນດັບແລກ
ທາງທີມງານພວກເຮົານອກຈາກຈະນຳສະເຫນີເລີຍເລື່ອງລາວແລະຂ່າວສານຂອງ ສະກຸນເງີນດີຈີຕ້ອນແລ້ວ ພວກເຮົາຍັງໃຫ້ ບໍ່ລິການເປັນທີ່ປືກສາ ແລະ ວີເຄາະລາຄາ, ໃຫ້ທິດທາງໃນການລົງທືນໃນອຸດສາຫະກຳຄຮີບໂຕ, ເມືອທ່ານຕິດຕາມພວກເຮົາຈະຫລອດ ຈະເຮັດໃຫ້ທ່ານຮູ້ຈັງວະ ໃນການເຂົ້າຊື້ ແລະ ເທຂາຍອອກ ເຊີ່ງອາດພາໃຫ້ການລົງທືນຂອງທ່ານ ເປັນໄປໄດ້ດີ ແລະ ລົດຄວາມສ່ຽງລົງ ພ້ອມທັງເຂົ້າໃກ້ ຄວາມສຳເລັດຂື່ນ ຫລາຍຕື່ມ.

ພວກເຮົາໃຫ້ຄວາມຮູ້ທາງດ້ານການແລກປ່ຽນ ຊື້ຂາຍ ໃນຄຮີບໂຕ ເປັນຕົ້ນແມ່ນ ໃຫ້ຄວາມຮູ້ລົງເລິກທາງດ້ານBlockchain&Cryptocurrencies
ນອກຈາກນີ້ແລ້ວ ພວກເຮົາຍັງໃຫ້ບໍ່ລີການແລກປ່ຽນ,ຊື້ຂາຍສະກຸ່ນເງີນຄຮີບໂຕນີ້ອີກ ພວກເຮົາສາມາດແລກປ່ຽນ ເຈ້ຍ=ເງີນດີຈີຕ່ອນ ເງີນດີຈີຕ່ອນ=ເຈ້ຍ ເພື່ອເພີ້ມຄວາມສະດວກສະບາຍໃຫ້ແກ່ ຜູ້ທີ່ ຢາກຊື້ຂາຍ

ທຸກມື້ນີ້ ໃນການຊອກຊື່ສະກຸນເງີນຄຮີບໂຕ ໃນປະເທດເຮົາຍັງບໍ່ກວ້າງຂວາງ ສະນັ້ນມັນຂ້ອງຂ້າງຈະຢາກໃຫ້ການຫາຊື້ຂາຍກັນ ຕໍ່ໄປນີ້ ການຊື້ຂາຍ ສະກຸນເງີນອອນລາຍ ນີ້ມັນຈະບໍ່ແມ່ນເລື່ອງຢາກອີກຕໍ່ໄປ ທີ່ຈະຊື້ສະກຸນເງີນຄຮີບໂຕ ໄວ້ເກັນກຳໄລກັນ.
ພວກເຮົາມີທັງບໍ່ລີການຊື້ຂາຍ, ແລກປ່ຽນເງີນ ແລະ ໃຫ້ຂໍ້ມູນຂ່າວສານ ແບບວ່າ ມາທີ່ດຽວໄດ້ສອງຢ່າງເລີຍ ພວກເຮົາຈະຮັບ ແລກປ່ຽນເງີນດີຈີຕ່ອນ ເປັນກີບ ແລະ ໂດລາ ຕາມອັດຕາແລກປ່ຽນປະຈຳວັນ ອີງຕາມເວັບເທຮດ (ຊື້ຂາຍ) ພວກເຮົາສາມາດຊື້ຂາຍກັນໂດຍ ຄົນຕໍ່ຄົນ ແລະ ໂດຍທາງ ອອນລາຍ ຜ່ານບໍ່ລີການ BCEL One ຂອງທະນາຄານການຄ້າ ລາວ.